ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພົບປະສອງຝ່າຍ ກັບ ສະຫາຍ ພົນເອກ ເຫີ ເວີຍ ຕົງ


     ວັນທີ 5 ທັນວາ 2023 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະ
ມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ແລະ ສະຫາຍ ພົນເອກ ເຫີ ເວີຍ ຕົງ ຄະນະກົມການ
ເມືອງສູນກາງພັກ, ຮອງປະທານຄະນະກຳມະການທະຫານສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມພົບປະ
ສອງຝ່າຍ, ຢູ່ທີ່ກະຊວງປ້ອງກັນປະເທດ ໃນໂອກາດທີ່ຄະນະດັ່ງກ່າວໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ
ວັນທີ 5-8 ທັນວາ 2023.

     ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ສະຫາຍ
ພົນເອກ ເຫີ ເວີຍ ຕົງ ພ້ອມຄະນະ ທີ່ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງໄດ້ເປັນການປະກອບສ່ວນສຳຄັນອີກ
ບາດກ້າວໜຶ່ງ ໃນການເພີ່ມທະວີ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງພັກ,
ສອງລັດ, ສອງກອງທັບ ລາວ-ຈີນ ຈີນ-ລາວ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

     ໂອກາດດຽວກັນນີ້, ສະຫາຍ ພົນເອກ ເຫີ ເວີຍ ຕົງ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຝ່າຍ ສປ ຈີນ ສະແດງຄວາມຂອບໃຈຕໍ່ການຕ້ອນ
ຮັບຢ່າງອົບອຸ່ນ ເຊິ່ງສະແດງເຖິງການພົວພັນຮ່ວມມືທີ່ດີຂອງສອງຝ່າຍ ທີ່ມີຄວາມໃກ້ຊິດຕິດແທດບົນພື້ນຖານການຮ່ວມມື 4 ດີ ແລະ
ຊຸກຍູ້ຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງສອງຊາດ, ສອງກອງທັບໃຫ້ຈະເລີນງອກງາມຕະຫຼອດໄປ. ໃນວາລະດຳເນີນກອງ ປະຊຸມ
ພົບປະໃນຄັ້ງນີ້, ທັງສອງຝ່າຍຍັງໄດ້ເຊັນອະນຸສັນຍາຮ່ວມມືນຳກັນຕື່ມອີກ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 06/12/2023